ຫລັກສູດ ສາຂາການປະກອບກິດຈະການ
 Entrepreneurship

ຄຳນຳ      

ຫລັກສູດຊັ້ນສູງສາຂາວິຊາການປະກອບກິດຈະການ ຈັດທຳຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການ ດ້ານການສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃນ ສປປ ລາວຫລັກສູດການປະກອບກິດຈະການ ໃນລະດັບອາຊຽນເອີ້ນວ່າ Common Curriculum of Entrepreneurship ໄດ້ຮັບການລິເລີ່ມ ໂດຍ ອາຊຽນ ແລະ ມອບໃຫ້ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນປີ 2011. ພາກສ່ວນດັ່ງກ່າວໄດ້ຈັດກອງປະຊຸມຮ່ວມກັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາ ທິການ ແລະ ກິລາ, ສູນເຝິກຜູ້ປະກອບກິດຈະການ ອິນເດຍ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຫລາຍຄັ້ງ. ເຖິງຢ່າງໃດກໍຕາມ ມາຮອດປະຈຸບັນ, ຫລັກສູດດັ່ງກ່າວ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດໃນ ສປປ ລາວ.

            ວິທະຍາໄລສະຫະກິດສຳຄັນ  ເຫັນໄດ້ຄວາມສຳຄັນຂອງຫລັກສູດການປະກອບກິດຈະການ, ເຊິ່ງນອກ ຈາກສະໜອງການສຶກສາໃຫ້ນັກຮຽນນັກສຶກສາ ໄດ້ຮຽນຮູ້ດ້ານທັກສະຕ່າງໆດ້ານການບໍລິຫານທຸລະກິດແລ້ວ, ຫລັກສູດນີ້ ເນັ້ນໃສ່ ໃນການສ້າງຈິດສຳນຶກກ່ຽວກັບການເປັນເຈົ້າຂອງທຸລະກິດ, ໃຫ້ມີຫົວຄິດປະດິດສ້າງຫັນເອົາຫົວຄິດປະດິດສ້າງມາເປັນສິ່ງປະດິດ, ສ້າງນະວັດຕະກຳ, ວິເຄາະສະພາບ ແວດລ້ອມ ເພື່ອວາງແຜນ ທຸລະກິດ ແລະ ນຳເອົາແຜນດັ່ງກ່າວ ໄປຈັດຕັ້ງປະຕິບັດເພື່ອສ້າງຕັ້ງທຸລະກິດໃຫ້ປະກົດເປັນຈິງ. ນອກຈາກນັ້ນ, ຫລັກສູດນີ້ ຍັງຈະມີການບົ່ມເພາະທຸລະກິດ ພາຍໃນວິທະຍາໄລນຳອີກ.

            ຜົນຂອງການສ້າງຫລັກສູດດັ່ງກ່າວ ຈະເປັນການພັດທະນາ ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ແນໃສ່ເຮັດໃຫ້ບັນດາຫົວໜ່ວຍທຸລະກິດທີ່ສ້າງຕັ້ງຂຶ້ນ ມີການເຕີບໂຕຢ່າງຕໍ່ເນື່ອງ ອັນຈະເປັນການ ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ສ້າງຖານລາຍຮັບໃຫ້ແກ່ປະເທດຊາດ, ແລະ ເພີ່ມທະວີສັກກະຍະພາບ ໃນການແຂ່ງຂັນພາຍໃນ ແລະ ໃນລະດັບສາກົນນຳອີກ.

1. ປັດຊະຍາຂອງຫລັກສູດ

 ຫລັກສູດການປະກອບກິດຈະການ ອອກແບບມາເພື່ອໃຫ້ນັກສຶກສາ ມີປະສົບການທີ່ແທດເໝາະກັບສະພາບການຕົວຈິງ ໃນຂົງເຂດທຸລະກິດທີ່ຫວັງຜົນກຳໄລ ແລະ ກິດຈະການເພື່ອສັງຄົມ, ໂດຍວາງເປົ້າໝາຍໃສ່ໃຫ້ມີການປະກອບສ່ວນທີ່ດີແກ່ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງກະຕຸກຊຸກຍູ້ໃຫ້ມີການສ້າງຕັ້ງທຸລະກິດໃໝ່.  ຫລັກສູດນີ້ ຍັງອອກແບບມາເພື່ອໃຫ້ມີການເຊື່ອມໂຍງກັນລະຫວ່າງ ນັກສຶກສາ, ວິທະຍາໄລ, ແລະ ຫົວໜ່ວຍທຸລະກິດທ້ອງຖິ່ນ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນັກສຶກສາທີ່ຮຽນຫລັກສູດຈະໄດ້ຮັບຄວາມຮູ້ ແລະ ຄວາມຊຳນານທີ່ຈຳເປັນສຳລັບນຳໃຊ້ເຂົ້າໃນການບໍລິຫານ ແລະ ຂະຫຍາຍທຸລະກິດຂອງຕົນ ແລະ ກາຍເປັນຜູ້ປະກອບກິດຈະການ. 

ນັກສຶກສາຈະໄດ້ຮຽນຮູ້ ແລະ ເຝິກຝົນໃນການເພີ່ມພູນຄວາມສາມາດ ດ້ານການຕັດສິນໃຈໃນນາມເປັນເຈົ້າຂອງທຸລະກິດ ຫລື ກິດຈະການ ໃນອະນາຄົດ ໂດຍຜ່ານການສຸມໃສ່ຂອບຄວາມຄິດຂອງການປະກອບກິດຈະການ ທີ່ຮຽນຮູ້ກ່ຽວກັບ ນະວັດຕະກຳ ແລະ ຫົວຄິດປະດິດສ້າງ, ການປະກອບທຶນແກ່ທຸລະກິດ, ແລະ ການຕະຫລາດ.  ນັກສຶກສາຈົບຫລັກສູດນີ້ ຈະໄດ້ຮັບພື້ນຖານການສຶກສາທີ່ໜັກແໜ້ນໃນດ້ານການປະກອບກິດຈະການ, ສ້າງຕັ້ງທຸລະກິດ ຫລື ອົງການທີ່ບໍ່ຫວັງຜົນກຳໄລ (ການປະກອບກິດຈະການເພື່ອສັງຄົມ) ເພື່ອການຮຽນຮູ້ຕະຫລອດຊີວິດ ແລະ ກະກຽມການເປັນນາຍຈ້າງຕົນເອງ ແລະ ສ້າງຕັ້ງທຸລະກິດ (ຫລື ກິດຈະການເພື່ອສັງຄົມ).

ອີງຕາມນະໂຍບາຍການປ່ຽນແປງໃໝ່ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ພ້ອມທັງການບັນລຸເປົ້າໝາຍຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໃນປີ 2022 ບວກກັບການປ່ຽນແປງຂອງສະພາບເສດຖະກິດໃນຍຸກໂລກາພິວັດ, ການສ້າງຊັບພະຍາກອນມະນຸດໃນດ້ານການປະກອບທຸລະກິດໃຫ້ແກ່ສັງຄົມ ແລະ ພັດທະນາພາກທຸລະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ຈະນໍາໄປສູ່ການເພີ່ມຂຶ້ນຂອງຫົວໜ່ວຍທຸລະກິດ, ເປັນການສ້າງວຽກເຮັດງານທຳ, ແລະ ເປັນການຂະຫຍາຍ ຖານລາຍຮັບໃຫ້ແກ່ປະເທດຊາດ. ໃນໄລຍະຜ່ານມາ, ວິທະຍາໄລສະຫະກິດສໍາພັນກໍ່ໄດ້ຈັດຕັ້ງປະຕິບັດຫຼັກສູດ ຊັ້ນສູງ ພາສາອັງກິດມາແລ້ວ ຕັ້ງແຕ່ປີ 2005; ແຕ່ເມື່ອທຽບໃສ່ພາລະກິດ ແລະ ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດຂອງ ສປປ ລາວ ແລ້ວ ຍັງເຫັນວ່າຕ້ອງໄດ້ເອົາໃຈໃສ່ຕື່ມອີກເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາຂອງພາກພື້ນ. ຫລັກສູດ ຜູ້ປະກອບການສຳລັບອາຊຽນ ໄດ້ຮັບການພັດທະນາຂຶ້ນ ແລະ ນໍາໃຊ້ຢູ່ໃນອາຊຽນ ມາແລ້ວຕັ້ງແຕ່ ປີ 2010 ຫລາຍປີ ແຕ່ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ໃນ ສປປ ລາວເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາພາກທຸລະກິດ ໃນ ສປປ ລາວ ວິທະຍາໄລສະຫະກິດສຳພັນ ຈຶ່ງມີຄວາມມຸ້ງຫວັງນໍາເອົາຫລັກສູດດັ່ງກ່າວ ມາໝູນໃຊ້ໃຫ້ແທດເໝາະກັບສະພາບຂອງ ສປປ ລາວ ໂດຍສ້າງເປັນຫລັກສູດຊັ້ນສູງ ສາຂາການປະກອບກິດຈະການ ໄປຄຽງຄູ່ກັນກັບຫຼັກສູດທີ່ມີຢູ່ ເພື່ອເປັນທາງເລືອກ ແລະ ຮອງຮັບໃຫ້ແກ່ຜູ້ທີ່ຕ້ອງການຮຽນ, ເພື່ອເປັນການສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດໃນການບໍລິຫານຈັດການ ແລະ ດຳເນີນທຸລະກິດໂດຍຕົນເອງ ດ້ວຍການຍົກສູງທາງດ້ານຄຸນນະພາບ ແລະ ປະລິມານ ໂດຍຜ່ານການຮຽນຮູ້ແບບ Flip ແລະ Blended Learning, ນໍາໃຊ້ລະບົບຮຽນຜ່ານອອນລາຍ ປະກອບກັບ ການຮຽນ ການສອນໃນຫ້ອງຮຽນ.  ເວັບໄຊທ໌ການຮຽນການສອນຜ່ານທາງອອນລາຍ ຂອງ ວິທະຍາໄລສະຫະກິດສຳພັນ ແມ່ນ www.ssc.edu.la/learn.

2 ຈຸດປະສົງຂອງຫຼັກສູດ

2.1. ຈຸດປະສົງລວມ

ມີຈຸດປະສົງເພື່ອ ພັດທະນາຊັບພະຍາກອນມະນຸດທາງດ້ານການເປັນຜູ້ປະກອບການ ໃຫ້ມີຄວາມຮູ້ຄວາມສາມາດໃນການສ້າງຕັ້ງ ແລະ ດຳເນີນທຸລະກິດໄດ້ຢ່າງມີປະສິດທິຜົນສູງ ໂດຍສະເພາະແມ່ນສ້າງໃຫ້ຜູ້ຮຽນມີຄວາມຮູ້ຄວາມສາມາດດ້ານເຮັດທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ແນໃສ່ເຮັດໃຫ້ທຸລະກິດເຕີບໂຕຢ່າງຕໍ່ເນື່ອງ.  ນັກສຶກສາຈະມີຄວາມຮູ້ ທີ່ແນ່ນອນໃນດ້ານການເປັນເຈົ້າຂອງທຸລະກິດ ເຊັ່ນ: ການສ້າງແຜນທຸລະກິດ, ການເຂົ້າແຫຼ່ງທຶນ, ການບໍລິຫານຈັດການ, ການເລີ່ມຕົ້ນທຸລະກິດ, ຮູ້ຈັກຂັ້ນຕອນ ແລະ ການປະກອບເອກະສານ ການນໍາເຂົ້າ ແລະ ສົ່ງອອກ; ມີຄວາມຮູ້ໃນການຄຸ້ມຄອງທຸລະກິດ; ມີຄວາມຮູ້ກ່ຽວກັບທິດສະດີທາງການຄ້າ, ການລົງທຶນ, ການດໍາເນີນທຸລະກິດ, ການບໍລິຫານຕ່ອງໂສ້ການສະໜອງ ແລະ ທັກສະບໍລິຫານທຸລະກິດຕ່າງໆ ແລະ ໝູນໃຊ້ເຂົ້າກັບສະພາບການເສດຖະກິດໃນປັດຈຸບັນ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ ນັກສຶກສາເອງ, ແກ່ປະເທດຊາດ ແລະ ໄດ້ຮັບປະສິດທິຜົນ ພ້ອມທັງສາມາດດຳເນີນທຸລະກິດປະເພດຕ່າງໆ ລວມທັງກິດຈະການເພື່ອສັງຄົມ; ເຂົ້າໃຈລະບຽບຫຼັກການທີ່ກ່ຽວຂ້ອງດ້ານໃນການດໍາເນີນທຸລະກິດຢູ່ພາຍໃນ ແລະ ສາກົນໂດຍສະເພາະແມ່ນກອບອາຊຽນໄດ້ຫຼາຍຂຶ້ນ.

2.2. ດ້ານວິຊາສະເພາະ:

1.    ເພື່ອໃຫ້ນັກສຶກສາມີໂອກາດ ປັບປຸງປັດຊະຍາໃນການດຳລົງຊີວິດ ໃນດ້ານວິທີການຄິດ, ວິທີປະພຶດ, ວິທີການຮັບມືກັບການເປັນມືອາຊີບໃນສະຖານະການຕ່າງໆ ແລະ ວິທີການຮັບມືກັບບັນຫາສ່ວນຕົວ, ຄອບຄົວ, ແລະ ການປະກອບສ່ວນໃນສັງຄົມ.

2.    ເພື່ອໃຫ້ນັກສຶກສາມີ ທັດສະນະ ທີ່ຖືກຕ້ອງ (ມີຄວາມສາມາດຜັກດັນໃຫ້ມີການປ່ຽນແປງ, ຮັບຮູ້ກ່ຽວກັບການປັບປຸງຢ່າງຕໍ່ເນື່ອງ, ມີຄວາມເຊື່ອວ່າໂອກາດມີຢູ່ທຸກບ່ອນ; ເຊື່ອມສານລະຫວ່າງນະວັດຕະກຳ, ການປ່ຽນແປງ, ການເຕີບໂຕ, ແລະ ຄວາມສາມາດໃນການຮຽນຮູ້ຈາກຄວາມລົ້ມເຫລວ), ມີ ພຶດຕິກຳ ທີ່ຖືກຕ້ອງ (ສູ້ຊົນໃສ່ໂອກາດ, ນະວັດຕະກຳ, ການອຸທິດຕົນ, ການລົງມືປະຕິບັດ, ແລະ ການບໍລິຫານຄວາມສ່ຽງ), ແລະ ມີ ຄວາມສາມາດ້ານວິຊາການ (ມີສາມັນສໍານຶກດ້ານການປະກອບກິດຈະການ). 

3.    ເພື່ອພັດທະນາຈິດສຳນຶກດ້ານນະວັດຕະກຳໃຫ້ແກ່ນັກສຶກສາ.  ເພື່ອສ້າງກໍາລັງໃຈໃຫ້ນັກສຶກສາມີວິທີການໃໝ່ໃນການເບິ່ງບັນຫາ, ກວດກາເບິ່ງຂະບວນການປ່ຽນແປງ ແລະ ຄວາມສໍາຄັນຂອງກິດຈະກໍາການປ່ຽນແປງ ຕໍ່ກັບຕົນເອງ, ຄອບຄົວ, ສັງຄົມ, ແລະ ໂລກ. 

4.    ເພື່ອສຶກສານັກສຶກສາໃຫ້ຮັບຮູ້ສິ່ງທ້າທາຍ ແລະ ຜົນຕອບແທນຂອງການປະກອບກິດຈະການ, ຮັບຮູ້ທັກສະ ແລະ ພຶດຕິກຳຂອງການປະກອບກິດຈະການ. 

5.    ເພື່ອສະໜອງຂໍ້ມູນຂ່າວສານໃນການສ້າງແນວຄິດທີ່ມີນະວັດຕະກຳ, ການຫລີກລ້ຽງບັນຫາ ແລະ ເຫວເລິກ ຂອງການປະກອບກິດຈະການ, ການກວດກາເບິ່ງສະຖານທີ່ ແລະ ວິທີການຊອກຫາການຊ່ວຍເຫລືອ-ການສະນັບສະໜູນ, ແລະ ນຳໃຊ້ສິ່ງທີ່ຮຽນຮູ້ເຂົ້າໃນກິດຈະການສ່ວນຕົວ, ການບໍລິການສັງຄົມ, ແລະ ທຸລະກິດ. 

6.    ເພື່ອສ້າງແຮງບັນດານໃຈໃຫ້ນັກສຶກສາ ແລະ ສະນັບສະໜູນເຂົາເຈົ້າໃນການວາງແຜນເພື່ອຄວາມສຳເລັດ. 

7.    ເພື່ອສ້າງໂອກາດທີ່ຫລາກຫລາຍໃນການພັດທະນາ ແລະ ນໍາໃຊ້ທັກສະຂອງການປະກອບກິດຈະການ ພ້ອມທັງໃຫ້ເຂົາເຈົ້າໄດ້ຮຽນຮູ້ຈາກຜູ້ທີ່ເປັນແບບຢ່່າງ ແລະ ຜູ້ໃຫ້ຄຳປຶກສາ ຈາກທ້ອງຖິ່ນ, ລະດັບຊາດ ແລະ ສາກົນ. 

8.    ເພື່ອໃຫ້ນັກສຶກສາຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕົນເພື່ອລິເລີ່ມກິດຈະການສ່ວນບຸກຄົນ, ເພື່ອສັງຄົມ, ແລະ ທຸລະກິດ.

2.3. ດ້ານຄຸນສົມບັດ

            ນັກສຶກສາຮຽນຈົບຫລັກສູດນີ້ ຈະກາຍເປັນນັກປະກອບກິດຈະການທີ່ມີຈັນຍາບັນ ທີ່ປະກອບດ້ວຍສາມັນສຳນຶກດ້ານການປະກອບກິດຈະການ, ເປັນຜູ້ປະກອບກິດຈະການແນໃສ່ການເຕີບໂຕ ແລະ ພັດທະນາຊຸມຊົນ, ເປັນພົນລະເມືອງດີ ມີຄວາມຮັກຊາດ, ເຄົາລົບກົດໝາຍ ແລະ ລະບຽບການ, ອຸທິດຕົນໃສ່ການພັດທະນາຊຸມຊົນ, ສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ, ມີຄວາມສາມັກຄີປອງກັບທ້ອງຖິ່ນ ແລະ ນາໆຊາດ, ແລະ ເປັນຜູ້ທີ່ຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອສູ້ຊົນໃສ່ການປັບປຸງຊີວິດສ່ວນຕົວ, ຄວາມຮູ້ຄວາມສາມາດ, ແລະ ຄວາມຮັກຊາດ.

 3 ຄວາມສາມາດຫຼັງຈາກຮຽນຈົບ

- ສາມາດເປັນຜູ້ປະກອບກິດຈະການ, ດໍາເນີນ ແລະ ບໍລິຫານຈັດການທຸລະກິດຂອງຕົນເອງ ຫຼືປະກອບສ່ວນໃນບັນດາຫົວໜ່ວຍທຸລະກິດທາງດ້ານການຜະລິດ, ການຄ້າ ແລະ ການບໍລິການໄດ້.

- ມີແນວຄວາມຄິດທີ່ຈະເລີ່ມຕົ້ນສ້າງຕັ້ງທຸລະກິດດ້ວຍຕົນເອງ.

- ສາມາດສຶກສາຄວາມເປັນໄປໄດ້ໃນການດໍາເນີນທຸລະກິດ.

- ມີຄວາມຮູ້ ແລະ ເຂົ້າໃຈຂັ້ນຕອນໃນການເຂົ້າຫາແຫຼ່ງທຶນໃນການສ້າງຕັ້ງທຸລະກິດ.

- ມີຄວາມສາມາດໃນການຂະຫຍາຍທຸລະກິດ ແລະ ເຮັດທຸລະກິດກັບສາກົນໃນລະດັບໃດໜຶ່ງ.

- ເຂົ້າໃຈລະບຽບຫຼັກການຂອງການເຮັດທຸລະກິດ ແລະ ການຄ້າໄດ້.

- ເປັນນັກປະກອບກິດຈະການທີ່ມີຈັນຍາບັນ.

 
ຫລັກສູດນີ້ ປະກອບດ້ວຍ 106 ໜ່ວຍກິດ.