ໃຫ້ນັກສຶກສາຮຽນຮູ້ການປະກອບທຸລະກິດໃຫ້ມີຄວາມສ້າງສັນ ແລະ ນະວັດຕະກໍາໃໝ່ໆ ເພື່ອໝູນໃຊ້ເຂົ້າໃນການສ້າງ ແລະ ພັດທະນາຜະລິດຕະພັນ ຫລື ການບໍລິການໃໝ່ ແກ້ໄຂບັນຫາ ຫລື ຕອບສະໜອງຄວາມຕ້ອງການຂອງລູກຄ້າ, ພັດທະນາຜະລິດຕະພັນທີ່ມີຢູ່ເພື່ອສາມາດນໍາໜ້າຄູ່ແຂ່ງກ້າວໜຶ່ງ ໂດຍເຮັດໃຫ້ເຂົາເຈົ້ານໍາເອົາທ່າແຮງທີ່ບົ່ມຊ້ອນ ແລະ ແນວຄວາມຄິດໃໝ່ໆກ່ຽວກັບຜະລິດຕະພັນ ຫລື ການບໍລິການ, ການຕະຫຼາດ ແລະ ການນໍາໃຊ້ຊັບພະຍາກອນຕ່າງໆ. ນັກສຶກສາຈະເຂົ້າໃຈກ່ຽວກັບທຳມະຊາດແນວຄວາມຄິດສ້າງສັນຂອງແຕ່ລະຄົນ, ເສີມສ້າງຄວາມອາສາມາດຂອງນັກສຶກສາໃນການຄິດນອກຂອບສະພາບແວດລ້ອມທີ່ເປັນຢູ່ໃນການຜະລິດ ຫຼື ການບໍລິການ ແລະ ສາມາດພັດທະນາທັກສະພື້ນຖານທີ່ຈຳເປັນທີ່ເປັນລະບົບເພື່ອການຜະລິດ ຫຼື ການບໍລິການຂອງເຂົາເຈົ້າ.

ຈຳນວນໜ່ວຍກິດ: 3