ເພື່ອໃຫ້ນັກສຶກສາເຂົ້າໃຈທິດສະດີພື້ນຖານກ່ຽວກັບທິດສະດີການຄ້າລະຫວ່າງປະເທດທັງແບບເກົ່າ ແລະ ແບບໃໝ່, ຮູ້ໄດ້ບົດບາດຂອງການຄ້າຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ເຂົ້າໃຈລະບົບຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ເຂົ້າໃຈແນວທາງນະໂຍບາຍ ແລະ ຍຸດທະສາດຂອງລັດຖະບານລາວໃນການສົ່ງເສີມ ແລະ ເຊື່ອມໂຍງເສດຖະກິດກັບສາກົນ; ເຂົ້າໃຈກ່ຽວກັບລະບຽບ, ກົດໝາຍການຄ້າລະຫວ່າງປະເທດ, ສັນຍາຊື້ຂາຍສິນຄ້າລະຫວ່າງປະເທດ, ການແກ້ໄຂຂໍ້ຂັດແຍ່ງທີ່ເກີດຈາກການຄ້າລະຫວ່າງປະເທດ, ລັກສະນະທົ່ວໄປຂອງສັນຍາຊື້-ຂາຍສິນຄ້າລະຫວ່າງປະເທດທີ່ເປັນພື້ນຖານ.