ໃຫ້ນັກສຶກສາຮູ້ຈັກສັງເກດ ແລະ ຊອກຫາທ່າແຮງຂອງທ້ອງຖິ່ນຕົນເອງໃຫ້ໄດ້ ເພື່ອເຮັດແນວໃດຈະສ້າງມູນຄ່າເພີ່ມໃຫ້ແກ່ຊັບພະຍາກອນທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດຮ່ວມກັນ, ຮູ້ຈັກການບໍລິຫານຈັດການທີ່ຍືນຍົງ, ສາມາດສ້າງໂຄງສ້າງການບໍລິຫານຈັດການຢູ່ທ້ອງຖິ່ນ, ຮູ້ຈັກວິທີການຮວບຮວມຊຸມຊົນໃຫ້ມີສ່ວນຮ່ວມ ໂດຍຄໍານຶງ ແລະ ເຂົ້າໃຈບັນຫາຂອງສັງຄົມໃນທ້ອງຖິ່ນຕົນເອງ ໂດຍສະເພາະແມ່ນວັດທະນະທຳ, ຮີດຄອງປະເພນີ, ລະບຽບ, ກົດໝາຍ ແລະ ພຶດຕິກຳຂອງສັງຄົມທີ່ກ່ຽວຂ້ອງກັບແຫຼ່ງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.