ໃຫ້ນັກສຶກສາເຂົ້າໃຈຄວາມສຳຄັນຂອງການນຳໃຊ້ການປະກອບກິດຈະການເຂົ້າໃນການພັດທະນາ ທຸລະກິດທີ່ມີຢູ່, ການນຳໃຊ້ຫົວຄິດປະດິດສ້າງ, ນະວັດຕະກໍາ ແລະ ການພັດທະນາຜະລິດຕະພັນ ຫລື ການບໍລິການ ໃນບໍລິສັດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ໄດ້ປຽບໃນການແຂ່ງຂັນ, ປັບປຸງ ຫລື ສ້າງຜະລິດຕະພັນ ຫລື ການບໍລິການໃໝ່ໃຫ້ມີຄວາມແຕກຕ່າງ ແລະ ຢຶດຄອງຕະຫລາດໄດ້. ສາມາດໄຈ້ແຍກໄດ້ຈຸດດີ ແລະ ຈຸດອ່ອນ, ກຳນົດກາລະໂອກາດ, ສິ່ງທ້າທາຍ ເພື່ອສ້າງຍຸດທະສາດໃໝ່ ໃຫ້ສອດຄ່ອງ ກັບສະພາບເສດຖະກິດ, ວັດທະນະທຳ, ແລະສັງຄົມ ໃນແຕ່ລະໄລຍະ.

ຈຳນວນໜ່ວຍກິດ: 3