ໃຫ້ນັກສຶກສາຮູ້ນໍາໃຊ້ຄວາມສາມາດ ແລະ ພອນສະຫວັນໃນການສ້າງກົນລະຍຸດ ແລະ ວາງນະໂຍບາຍໃນການດຳເນີນທຸລະກິດທີ່ສ້າງສັນ, ສາມາດວິເຄາະສະຖານະການໃນປະຈຸບັນ ພ້ອມທັງກ້າຕັດສິນໃຈທີ່ຈະສ້າງໂອກາດດັ່ງກ່າວຢ່າງມີເຫດມີຜົນ ໃນກໍລະນີນັກສຶກສາຫາກໄດ້ເປັນຜູ້ຈັດການທຸລະກິດໃນອານາຄົດເພື່ອບໍລິຫານຈັດການ ແລະ ວາງກົນລະຍຸດດ້ານການຕະຫຼາດທີ່ດີ ໃນການຮັບມືກັບສິ່ງທ້າທາຍທີ່ອາດຈະເກີດຂຶ້ນດ້ວຍການພັດທະນາແຜນປະຕິບັດງານຢ່າງສ້າງສັນ ແລະ ມີແບບແຜນລະອຽດ.