ໃຫ້ນັກສຶກສາເຂົ້າໃຈການບໍລິຫານທຸລະກິດແບບຄອບຄົວ ທີ່ເປັນລະບົບດ້ວຍການປະສົມປະສານລະຫວ່າງ ທິດສະດີ ແລະ ການປະຕິບັດຕົວຈິງ, ເຮັດໃຫ້ສະມາຊິກຄອບຄົວມີຫົວຄິດປະດິດສ້າງໃນການຢາກເຮັດທຸລະກິດ ແລະ ຈະສືບຕໍ່ທຸລະກິດຈາກຮຸ້ນສູ່ຮຸ້ນແນວໃດ ເພື່ອໃຫ້ກາຍເປັນຜູ້ປະກອບການໄດ້, ເຮັດໃຫ້ເຂົາມີທັດສະນະຄະຕິ ແລະ ວິທີການທີ່ໃໝ່ໆໃນການດຳເນີນທຸລະກິດໃນແຕ່ລະຊ່ວງຂອງການຖ່າຍໂອນກິດຈະການ. ນອກຈາກນີ້, ວິຊານີ້ຈະໄດ້ສຶກສາຄວາມສຳຄັນຂອງການເປັນຜູ້ນໍາໃນການວາງກົນລະຍຸດ, ການຈັດໂຄງສ້າງ ແລະ ການສ້າງທັກສະຈຳນວນໜຶ່ງທີ່ຈຳເປັນເພື່ອການບໍລິຫານທຸລະກິດຄອບຄົວໃຫ້ນັບມື້ນັບຂະຫຍາຍ.

ຈຳນວນໜ່ວຍກິດ: 3