ນັກສຶກສາຈະໄດ້ຮຽນຮູ້ທັກສະໃນການຂຽນແຜນທຸລະກິດ, ສາມາດວາດພາບ, ຂຽນແຜນທຸລະກິດທີ່ມີຍຸດທະສາດ, ເຂົ້າໃຈວິທີການ, ນໍາໃຊ້ເຕັກນິກ ແລະ ສາມາດນໍາໃຊ້ເຄື່ອງມືວິເຄາະໃນການປະເມີນການຂຽນແຜນທຸລະກິດດັ່ງກ່າວໄດ້. ນອກຈາກນັ້ນ, ຍັງສາມາດພັດທະນາແຜນທຸລະກິດ ແລະ ໄດ້ຝຶກຂຽນຕົວຈິງພ້ອມທັງສົ່ງແຜນດັ່ງກ່າວນັ້ນໃຫ້ທາງພາກສ່ວນກ່ຽວຂ້ອງເພື່ອພິຈາລະນາເປັນຕົ້ນແມ່ນອາດຈະມີຄະນະກຳມະການເພື່ອປະເມີນ ແລະ ຈັດລະດັບແຜນທຸລະກິດທີ່ດີເດັ່ນຂອງນັກສຶກສາ ຫຼື ອາດຈະສົ່ງໃຫ້ທາງທະນາຄານເພື່ອຕີລາຄາ ສາມາດສະໜອງທຶນໄດ້ບໍ່ ເພື່ອໃຫ້ນັກສຶກສາທີ່ໄດ້ຮັບການຄັດເລືອກສາມາດເລີ່ມຕົ້ນເຮັດທຸລະກິດສ່ວນຕົວ.

ຈຳນວນໜ່ວຍກິດ: 3