ວິຊານີ້ ອອກແບບມາເພື່ອໃຫ້ນັກສຶກສາເຂົ້າໃຈບົດບາດຂອງສະຖາບັນການເງິນ ແລະ ຕະຫລາດການເງິນ ທີ່ມີອິດທິພົນຕໍ່ສະພາບແວດລ້ອມທາງທຸລະກິດ ທີ່ນັກສຶກສາຈະປະເຊີນໃນອະນາຄົດ. ນອກນັ້ນ ຍັງຊ່ວຍໃຫ້ນັກສຶກສາຮຽນຮູ້ທາງທິດສະດີ ແລະ ພຶດຕິກຳກ່ຽວກັບການເງິນ ແລະ ເສຖະສາດທີ່ເຊື່ອມໂຍງລະຫວ່າງຕະຫລາດການເງິນ, ສະຖາບັນການເງິນ, ແລະ ເສດຖະກິດ. ໃນດ້ານຕະຫລາດການເງິນ, ນັກສຶກສາຈະໄດ້ຮຽນຮູ້ໂຄງສ້າງຂອງຕະຫລາດ ເຊິ່ງປະກອບດ້ວຍຕະຫລາດຂັ້ນໜຶ່ງ, ຕະຫລາດຂັ້ນສອງ, ຮຸ້ນ, ຕະຫລາດຕາສານອະນຸພັນ, ຕະຫລາດເງິນ, ຕະຫລາດທຶນ, ຕະຫລາດອັອບຊັນ, ຕະຫລາດຟິວເຈີ, ບໍລິສັດລົງທຶນ, ບໍລິສັດປະກັນໄພ, ກອງທຶນປະກັນສັງຄົມ, ທະນາຄານແຫ່ງ ສປປ ລາວ, ແລະ ອື່ນໆ ທີ່ມີອິດທິພົນໃນລະບົບເສດຖະກິດ.