ໃຫ້ນັກສຶກສາເຂົ້າໃຈເຖິງຄວາມຮູ້ພື້ນຖານທາງການຕະຫຼາດ, ຕະຫຼາດ ແລະ ການຕະຫຼາດມີຄວາມສຳຄັນແນວໃດໃນຍຸກທີ່ມີການແຂ່ງຂັນສູງ, ເຂົ້າໃຈພຶດຕິດກໍາຂອງຜູ້ບໍລິໂພກໄດ້ດີຍິ່ງຂຶ້ນ, ເຂົ້າໃຈສ່ວນປະສົມທາງການຕະຫຼາດທີ່ສຳຄັນໃນການຜະລິດສິນຄ້າ ແລະ ການບໍລິການໂດຍສະເພາະແມ່ນ ຈະຜະລິດສິນຄ້າແນວໃດ ເພື່ອໃຫ້ຕອບສະໜອງໄດ້ເຖິງຄວາມຕ້ອງການຂອງຜູ້ບໍລິໂພກ, ຈະກຳນົດລາຄາແນວໃດເພື່ອໃຫ້ສົມເຫດສົມຜົນ, ຈະຈັດຈໍາໜ່າຍແນວໃດເພື່ອໃຫ້ສິນຄ້າທົ່ວເຖິງ ແລະ ຮອດລູກຄ້າເປົ້າໝາຍດ້ວຍຕົ້ນທຶນ ແລະ ຄ່າໃຊ້ຈ່າຍທີ່ຕ່ຳ ແລະ ສຸດທ້າຍກໍ່ຄື ຈະມີການສົ່ງເສີມການຕະຫຼາດແນວໃດ ເພື່ອສື່ຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບສິນຄ້າ ແລະ ການບໍລິການໃຫ້ໄປຮອດຜູ້ບໍລິໂພກໄດ້ດີ.
ຈຳນວນໜ່ວຍກິດ:  3