ການກວດສອບສະບັບນີ້
ແມ່ນຖືກກຳນົດໃນການກວດສອບດ້ານການເງິນ ໂດຍອົງການກວດສອບແຫ່ງລັດ (ອກສລ) ເທົ່ານັ້ນ.
ການກວດສອບດ້ານການເງິນ ແມ່ນສຸມໃສ່ຈຸດທີ່ວ່າ ບົດລາຍງານຂໍ້ມູນດ້ານການເງິນຂອງໜ່ວຍງານດັ່ງກ່າວ
ແມ່ນຖືກນໍາສະເໜີກ່ຽວກັບການນຳໃຊ້ງົບປະມານ ທີ່ສອດຄ່ອງກັບບົດລາຍງານການເງິນ
ແລະ ກົດລະບຽບທີ່ກ່ຽວຂ້ອງ. ການດຳເນີນການແບບນີ້
ແມ່ນການເກັບກຳຫຼັກຖານການກວດສອບ ທີ່ມີປະສິດທິຜົນ ແລະ
ເໝາະສົມສຳລັບນັກກວດສອບ
ສາມາດສະແດງຄວາມຄິດເຫັນຢ່າງເປັນເອກະລາດ
ຕໍ່ກັບຂໍ້ມູນທາງດ້ານການເງິນດັ່ງກ່າວ ວ່າຂໍ້ມູນການເງິນທີ່ລາຍງານມານັ້ນ
ເປັນຂໍ້ມູນທີ່ຂັດກັບຄວາມເປັນຈິງ ທີ່ເກີດຈາກການສໍ້ໂກງ ຫຼື
ຄວາມຜິດພາດ ຂອງຂໍ້ມູນ.
ການກວດສອບ ໄດ້ຖືກສ້າງຂື້ນບົນພື້ນຖານມາດຕະຖານສາກົນຂອງສະຖາບັນການກວດສອບສູງສຸດ ສາກົນ (ອີດຊາຍ - International Standard of Supreme Audit
Institutions - ISSAI). ອກສລ ໄດ້ຄັດຈ້ອນເອົາຂໍ້ກຳນົດ ຂອງການກວດສອບ
ໃນກອບຂອງ ອີດຊາຍ ມານຳໃຊ້ ແລະ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດ ຂໍ້ກຳນົດດັ່ງກ່າວ ໃນການດຳເນີນການກວດສອບ.
ມາດຕະຖານກວດສອບສາກົນ ອີດຊາຍ ໄດ້ສ້າງກອບພາລະບົດບາດການກວດສອບ ທີ່ເປັນພື້ນຖານຂອງການແນະນໍາ ທີ່ຊັດເຈນ, ລະອຽດ
ແລະ ງ່າຍດາຍໃນດໍາເນີນງານ ທີ່ສາມາດນໍາໃຊ້ໃນປະຈໍາວັນ ຂອງການດໍາເນີນວຽກງານກວດສອບ. ຈຸດປະສົງຂອງ
ອີດຊາຍ ແມ່ນເພື່ອເປັນພື້ນຖານ ສໍາລັບຄູ່ມື ການກວດສອບຂອງພາກລັດ ທີ່ສາມາດນໍາໃຊ້
ໂດຍສະຖາບັນການກວດສອບຂັ້ນສູງ (Supreme
Audit Institutions - SAI).