​ການກວດ​ສອບສະ​ບັບນີ້ ແມ່ນຖືກກຳນົດ​ໃນ​ການກວດສອບດ້ານການເງິນ ໂດຍອົງການກວດສອບແຫ່ງລັດ (ອກ​ສລ) ເທົ່າ​ນັ້ນ. ການກວດສອບດ້ານ​ການ​ເງິນ ແມ່ນສຸມໃສ່ຈຸດ​ທີ່ວ່າ ບົດ​ລາຍ​ງານຂໍ້ມູນດ້ານ​ການ​ເງິນຂອງໜ່ວຍງານດັ່ງ​ກ່າວ ແມ່ນຖືກນໍາສະ​ເໜີ​ກ່ຽວກັບການນຳໃຊ້ງົບ​ປະ​ມານ ທີ່ສອດຄ່ອງກັບບົດລາຍງານ​ການ​ເງິນ ແລະ ກົດລະບຽບທີ່ກ່ຽວຂ້ອງ. ການ​ດຳ​ເນີນ​ການ​ແບບນີ້ ແມ່ນການ​ເກັບ​ກຳ​ຫຼັກ​ຖານການກວດ​ສອບ ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ​ເໝາະ​ສົມສຳ​ລັບ​ນັກກວດ​ສອບ ສາ​ມາດ​ສະ​ແດງ​ຄວາມ​ຄິດ​ເຫັນ​ຢ່າງ​ເປັນ​ເອ​ກະ​ລາດ ຕໍ່​ກັບ​ຂໍ້​ມູນ​ທາງ​ດ້ານ​ການ​ເງິນດັ່ງ​ກ່າວ    ວ່າ​ຂໍ້​ມູນ​​ການ​ເງິນ​ທີ່​ລາຍ​ງານ​ມານັ້ນ ເປັນ​ຂໍ້​ມູນ​ທີ່​ຂັດ​ກັບ​ຄວາມ​ເປັນ​ຈິງ ທີ່​ເກີດ​ຈາກ​ການ​ສໍ້​ໂກງ ຫຼື ຄວາມ​ຜິດ​ພາດ    ຂອງ​ຂໍ້​ມູນ.

ການກວດ​ສອບ ໄດ້ຖືກສ້າງ​ຂື້ນບົນ​ພື້ນ​ຖານມາດຕະຖານສາກົນຂອງສະຖາບັນການກວສອບສູງສຸດ ສາກົນ (ອີດ​ຊາຍ - International Standard of Supreme Audit Institutions - ISSAI).    ອກ​ສລ ໄດ້ຄັດ​ຈ້ອນ​ເອົາ​ຂໍ້​ກຳ​ນົດ​ ຂອງ​ການກວດ​ສອບ ໃນ​ກອບ​ຂອງ ອີດ​ຊາຍ ​ມາ​ນຳ​ໃຊ້ ແລະ ໄດ້ເລີ່ມຕົ້ນຈັດ​ຕັ້ງ​ປະ​ຕິ​ບັດ​      ຂໍ້​ກຳ​ນົດ​ດັ່ງ​ກ່າວ ໃນ​ການ​ດຳ​ເນີນ​ການກວດ​ສອບ. ມາດຕະຖານກວດສອບສາກົນ ອີດ​ຊາຍ ໄດ້​ສ້າງກອບພາ​ລະບົດບາດການກວດສອບ ທີ່​ເປັນພື້ນຖານຂອງ​ການແນະນໍາ ທີ່ຊັດເຈນ, ລະອຽດ ແລະ ງ່າຍ​ດາຍ​ໃນດໍາເນີນງານ ທີ່ສາມາດນໍາໃຊ້ໃນປະຈໍາວັນ ຂອງການດໍາເນີນວຽກງານກວດສອບ. ຈຸດປະສົງຂອງ ອີດຊາຍ ແມ່ນເພື່ອເປັນພື້ນຖານ ສໍາລັບຄູ່ມື ການກວດສອບຂອງພາກລັດ ທີ່ສາມາດນໍາໃຊ້ ໂດຍສະຖາບັນການກວດສອບຂັ້ນສູງ (Supreme Audit Institutions - SAI).