ຫລັກ­ສູດ​ ສາຍ​ວິ­ຊາ​ພາ­ສາ​ອັງ­ກິດ

ແມ່ນ​ຫລັກ­ສູດ ວິ­ຊາ​ສະ­ເພາະ​ ທີ່​ມີ​ເນື້ອ​ໃນ​ວິ­ທະ­ຍາ­ສາດ ແລະ ສອດ­ຄ່ອງ​ກັບ​ແນວ­ທາງ ນະ­ໂຍ­ບາຍ​ຂອງ​ລັດ​ຖະ​ບານ. ໂດຍ​ສະ­ເພາະ ແມ່ນ​ແນວ­ທາງ ການ​ສຶກ­ສາ ໂດຍ​ການ​ຮັບ­ປະ­ກັນ ຄຸນ​ນະ​ພາບ, ມີ​ເນື້ອ​ໃນ​ວິ­ທະ­ຍາ­ສາດ, ມີ​ລະ­ບົບ ການ​ຮຽນ​ການ​ສອນ​ດີ, ເປັນ​ທີ່​ຍອມ­ຮັບ ຂອງ​ສັງ­ຄົມ​ທົ່ວ​ໄປ ແລະ ໃກ້​ຄຽງ​ກັບ​ສາ​ກົນ.

ວັດ­ຖຸ​ປະ­ສົງ ຂອງຫລັກສູດນີ້ ແມ່ນ:

(i)   ເພື່ອ​ສ້າງ​ນັກ​ສຶກ­ສາ​ໃຫ້​ມີ​ຄວາມ​ຮູ້​ທາງ​ດ້ານ​ພາ­ສາ​ອັງ­ກິດ​ທົ່ວ​ໄປ, ພາ­ສາ​ສາດ ອັງ­ກິດ ແລະ ວັນ­ນະ­ກຳ​ຢ່າງ​ເລິກ​ເຊິ່ງ.

(ii) ເພື່ອ​ສ້າງ​ນັກ​ສຶກ­ສາ​ໃຫ້​ມີ​ຄວາມ​ຮູ້ ຄວາມ​ສາ­ມາດ​ໃນ​ການ​ນຳ​ໃຊ້​ພາ­ສາ​ອັງ­ກິດ ໃນ ຂະ­ແໜງ​ໃດ​ໜຶ່ງ​ທີ່​ຈຳ­ເປັນ​ໃນ​ວຽກ​ງານ​ຂອງ​ຕົນ. ນອກ​ນັ້ນ ຍັງ​ສ້າງ​ໃຫ້ ນັກ​ສຶກ­ສາ ມີ​ຄວາມ​ຮູ້ ສາ­ມາດ​ນຳ​ໃຊ້​ພາ­ສາ​ອັງ­ກິດ​ໃນ​ການ​ຕິດ­ຕໍ່​ພົວ­ພັນ ເພື່ອ​ສ້າງ​ຄວາມ ເຂົ້າ­ໃຈ ອັນ​ດີ​ເຊິ່ງ​ກັນ​ແລະ​ກັນ ລະ­ຫວ່າງ​ຊາດ​ທີ່​ມີ​ວັດ­ທະ­ນະ­ທຳ​ທີ່​ແຕກ​ຕ່າງ​ກັນ.

(iii)    ເພື່ອ​ສ້າງ​ນັກ​ສຶກ­ສາ​ໃຫ້​ມີ​ຄວາມ​ຮູ້ ຄວາມ​ເຂົ້າ­ໃຈ​ຕໍ່​ການ​ພັດ­ທະ­ນາ​ໃນ​ສັງ­ຄົມ​ລາວ ແລະ​ໃນ​ໂລກ ພ້ອມ​ກັນ​ນັ້ນ ກໍ່​ຮູ້​ປັບ​ຕົວ​ເຂົ້າ​ໃຫ້​ແທດ­ເໝາະ​ກັບ​ສະ­ພາບ​ແວດ​ລ້ອມ ອ້ອມ​ຂ້າງ.

ເພື່ອ​ສ້າງ​ນັກ​ສຶກ­ສາ​ໃຫ້​ເປັນ​ພົນ­ລະ­ເມືອງ​ດີ​ຂອງ​ຊາດ ແລະ ພຽບ​ພ້ອມ​ໄປ​ດ້ວຍ ຄຸນ­ສົມ­ບັດ, ຈັນ​ຍາ​ບັນ, ໄຫວ​ພິກ ແລະ ຄວາມ​ສາ­ມາດ ແລະ ຮັກ​ປະ­ເທດ​ຊາດ, ກຽມ­ພ້ອມ​ໃນ​ການ​ປະ­ກອບ​ອາ­ຊີບ​ໃດ​ໜຶ່ງ ທີ່​ພົວ­ພັນ​ກັບ​ການ ນຳ​ໃຊ້ ພາ­ສາ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ­ສາ ພັດ­ທະ­ນາ​ປະ­ເທດ​ຊາດ.

ຫລັກສູດນີ້ ລວມໜ່ວຍກິດທັງໝົດ ມີ 107 ໜ່ວຍກິດ.

ວິຊານີ້ ຜູ້ສຶກສາຈະໄດ້ຮຽນຮູ້ທິດສະດີ ແລະ ເຕັກນິກການແປພາສາ ທັງແປພາສາ ເປັນ ບົດ ແລະ ແປປາກເປົ່າ.