ວິຊາຮຽນ ທີ່ທ່ານສາມາດເລືອກຮຽນຜ່ານທາງອິນເຕີເນັດ
ການປະກອບກິດຈະການ ແມ່ນວິຊາທີ່ ໃຫ້ທ່ານ ໄດ້ສຶກສາລັກສະນະຂອງຜູ້ກໍ່ຕັ້ງທຸລະກິດ, ບົດບາດຂອງການສ້າງຕັ້ງທຸລະກິດໃນສັງຄົມ ແລະ ສຶກສາຂະບວນການສ້າງຕັ້ງທຸລະກິດ ໃນສະພາບການຕ່າງໆ ໂດຍການ ສຶກສາບັນຫາທີ່ປິ່ນອ້ອມການສ້າງທຸລະກິດໃໝ່, ຜົນປະໂຫຍດຂອງທຸລະກິດ, ກຳນົດແຫລ່ງຊັບພະຍາກອນທີ່ຈຳເປັນ, ຈັດຫາຊັບພະຍາກອນ, ການຕະຫລາດ, ໂຄງສ້າງການປະກອບທຶນ, ແລະ ດ້ານເຕັກໂນໂລຊີ. ນັກສຶກສາຈະໄດ້ລົງມືກະກຽມແຜນທຸລະກິດ ທີ່ສາມາດຈັດຕັ້ງປະຕິບັດໄດ້.