ມາດຖານການສຶກສາ

ຫລັກສູດ ການປະກອບກິດຈະການ

1. ຈຸດປະສົງລວມຂອງຫລັກສູດ

ມີຈຸດປະສົງເພື່ອ ພັດທະນາຊັບພະຍາກອນມະນຸດທາງດ້ານການເປັນຜູ້ປະກອບການ ໃຫ້ມີຄວາມຮູ້ຄວາມສາມາດໃນການສ້າງຕັ້ງ ແລະ ດຳເນີນທຸລະກິດໄດ້ຢ່າງມີປະສິດທິຜົນສູງ ໂດຍສະເພາະແມ່ນສ້າງໃຫ້ຜູ້ຮຽນມີຄວາມຮູ້ຄວາມສາມາດດ້ານການເຮັດທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ແນໃສ່ເຮັດໃຫ້ທຸລະກິດເຕີບໂຕຢ່າງຕໍ່ເນື່ອງ.  ນັກສຶກສາຈະມີຄວາມຮູ້ທີ່ແນ່ນອນໃນດ້ານການເປັນເຈົ້າຂອງທຸລະກິດ ເຊັ່ນ: ການສ້າງແຜນທຸລະກິດ, ການເຂົ້າແຫຼ່ງທຶນ, ການບໍລິຫານຈັດການ, ການເລີ່ມຕົ້ນທຸລະກິດ, ຮູ້ຈັກຂັ້ນຕອນ ແລະ ການປະກອບເອກະສານ ການນໍາເຂົ້າ ແລະ ສົ່ງອອກ; ມີຄວາມຮູ້ໃນການຄຸ້ມຄອງທຸລະກິດ; ມີຄວາມຮູ້ກ່ຽວກັບທິດສະດີທາງການຄ້າ, ການລົງທຶນ, ການດໍາເນີນທຸລະກິດ, ການບໍລິຫານຕ່ອງໂສ້ການສະໜອງ ແລະ ທັກສະບໍລິຫານທຸລະກິດຕ່າງໆ ແລະ ໝູນໃຊ້ເຂົ້າກັບສະພາບການເສດຖະກິດໃນປັດຈຸບັນ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ ນັກສຶກສາເອງ, ແກ່ປະເທດຊາດ ແລະ ໄດ້ຮັບປະສິດທິຜົນ ພ້ອມທັງສາມາດດຳເນີນທຸລະກິດປະເພດຕ່າງໆ ລວມທັງກິດຈະການເພື່ອສັງຄົມ; ເຂົ້າໃຈລະບຽບຫຼັກການທີ່ກ່ຽວຂ້ອງດ້ານໃນການດໍາເນີນທຸລະກິດຢູ່ພາຍໃນ ແລະ ສາກົນໂດຍສະເພາະແມ່ນກອບອາຊຽນໄດ້ຫຼາຍຂຶ້ນ.

2. ດ້ານວິຊາສະເພາະຂອງຫລັກສູດ

1.    ເພື່ອໃຫ້ນັກສຶກສາມີໂອກາດ ປັບປຸງປັດຊະຍາໃນການດຳລົງຊີວິດ ໃນດ້ານວິທີການຄິດ, ວິທີປະພຶດ, ວິທີການຮັບມືກັບການເປັນມືອາຊີບໃນສະຖານະການຕ່າງໆ ແລະ ວິທີການຮັບມືກັບບັນຫາສ່ວນຕົວ, ຄອບຄົວ, ແລະ ການປະກອບສ່ວນໃນສັງຄົມ.

2.    ເພື່ອໃຫ້ນັກສຶກສາມີທັດສະນະທີ່ຖືກຕ້ອງ (ມີຄວາມສາມາດຜັກດັນໃຫ້ມີການປ່ຽນແປງ, ຮັບຮູ້ກ່ຽວກັບການປັບປຸງຢ່າງຕໍ່ເນື່ອງ, ມີຄວາມເຊື່ອວ່າໂອກາດມີຢູ່ທຸກບ່ອນ; ເຊື່ອມສານລະຫວ່າງນະວັດຕະກໍາ, ການປ່ຽນແປງ, ການເຕີບໂຕ, ແລະ ຄວາມສາມາດໃນການຮຽນຮູ້ຈາກຄວາມລົ້ມເຫລວ), ມີພຶດຕິກຳທີ່ຖືກຕ້ອງ (ສູ້ຊົນໃສ່ໂອກາດ, ນະວັດຕະກຳ, ການອຸທິດຕົນ, ການລົງມືປະຕິບັດ, ແລະ ການບໍລິຫານຄວາມສ່ຽງ), ແລະ ມີຄວາມສາມາດ້ານວິຊາການ (ມີສາມັນສໍານຶກດ້ານການປະກອບກິດຈະການ).

3.    ເພື່ອພັດທະນາຈິດສຳນຶກດ້ານນະວັດຕະກຳໃຫ້ແກ່ນັກສຶກສາ.  ເພື່ອສ້າງກໍາລັງໃຈໃຫ້ນັກສຶກສາມີວິທີການໃໝ່ໃນການເບິ່ງບັນຫາ, ກວດກາເບິ່ງຂະບວນການປ່ຽນແປງ ແລະ ຄວາມສໍາຄັນຂອງກິດຈະກໍາການປ່ຽນແປງ ຕໍ່ກັບຕົນເອງ, ຄອບຄົວ, ສັງຄົມ, ແລະ ໂລກ. 

4.    ເພື່ອສຶກສານັກສຶກສາໃຫ້ຮັບຮູ້ສິ່ງທ້າທາຍ ແລະ ຜົນຕອບແທນຂອງການປະກອບກິດຈະການ, ຮັບຮູ້ທັກສະ ແລະ ພຶດຕິກຳຂອງການປະກອບກິດຈະການ.

5.    ເພື່ອສະໜອງຂໍ້ມູນຂ່າວສານໃນການສ້າງແນວຄິດທີ່ມີນະວັດຕະກຳ, ການຫລີກລ້ຽງບັນຫາ ແລະ ເຫວເລິກ ຂອງການປະກອບກິດຈະການ, ການກວດກາເບິ່ງສະຖານທີ່ ແລະ ວິທີການຊອກຫາການຊ່ວຍເຫລືອ-ການສະນັບສະໜູນ, ແລະ ນຳໃຊ້ສິ່ງທີ່ຮຽນຮູ້ເຂົ້າໃນກິດຈະການສ່ວນຕົວ, ການບໍລິການສັງຄົມ, ແລະ ທຸລະກິດ. 

6.    ເພື່ອສ້າງແຮງບັນດານໃຈໃຫ້ນັກສຶກສາ ແລະ ສະນັບສະໜູນເຂົາເຈົ້າໃນການວາງແຜນເພື່ອຄວາມສຳເລັດ. 

7.    ເພື່ອສ້າງໂອກາດທີ່ຫລາກຫລາຍໃນການພັດທະນາ ແລະ ນໍາໃຊ້ທັກສະຂອງການປະກອບກິດຈະການ ພ້ອມທັງໃຫ້ເຂົາເຈົ້າໄດ້ຮຽນຮູ້ຈາກຜູ້ທີ່ເປັນແບບຢ່່າງ ແລະ ຜູ້ໃຫ້ຄຳປຶກສາ ຈາກທ້ອງຖິ່ນ, ລະດັບຊາດ ແລະ ສາກົນ.

8.    ເພື່ອໃຫ້ນັກສຶກສາຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕົນເພື່ອລິເລີ່ມກິດຈະການສ່ວນບຸກຄົນ, ເພື່ອສັງຄົມ, ແລະ ທຸລະກິດ.

3. ມາດຕະຖານຜູ້ເຂົ້າສຶກສາ.

– ນັກສຶກສາທີ່ຮຽນຈົບມັດທະຍົມປາຍ ມ 7 ຫຼື ທຽບເທົ່າ ສາມາດສອບເສັງຕາມລະບຽບການຂອງວິທະຍາໄລສະຫະກິດສຳພັນ.

–  ນັກສຶກສາຮຽນຢູ່ມະຫາວິທະຍາໄລ ໃນສາຂາວິຊາຕ່າງໆ ທີ່ຕ້ອງການກາຍເປັນຜູ້ປະກອບກິດຈະ

ການ.

–  ພະນັກງານທີ່ຢູ່ໃນຂະແໜງເສດຖະກິດ, ນັກທຸລະກິດຂະໜາດນ້ອຍ ແລະກາງທີ່ຍາກຍົກລະດັບຄວາມຮູ້ຄວາມສາມາດໃນການປະກອບທຸລະກິດໃຫ້ສູງຂຶ້ນທີ່ມີຄຸນວຸດທິຈົບມັດທະຍົມ ມ 7 ຫລື ທຽບເທົ່າ.

–  ເປັນຜູ້ບໍ່ມີພະຍາດຮ້າຍແຮງ ທີ່ ເປັນອຸປະສັກແກ່ການສຶກສາ.

–  ເປັນຜູ້ບໍ່ມີຄະດີອາຍາ ຫຼື ກະທໍາຜິດຕໍ່ລະບຽບ ແລະ ກົດໝາຍຂອງ ສປປ ລາວ, ບໍ່ປະພຶດເສື່ອມເສຍຮີດຄອງປະເພນີຢ່າງຮ້າຍແຮງ ຫຼື ຖືກໄລ່ອອກຈາກສະຖາບັນການສຶກສາອື່ນມາກ່ອນ.

ຫລັກສູດ ສາຂາການບັນຊີ

   1. ຈຸດປະສົງດ້ານດ້ານຄຸນສົມບັດ

         – ເພື່ອສ້າງບຸກຄະລາກອນທີ່ມີແນວຄິດ, ຄຸນສົມບັດ, ສິນທໍາປະຕິວັດ, ມີທັດສະນະການເມືອງ ແລະ ຮັກຊາດ ແລະ ເຊື່ອມຊຶມຕໍ່ທິດທາງ ແລະ ການນໍາພາຂອງພັກ;

  • ເພື່ອສ້າງນັກບັນຊີທີ່ມີຄຸນນະພາບ, ຍຶດໝັ້ນກົດຈັນຍາບັນແຫ່ງວິຊາຊີບ, ມີລະບຽບ ແລະ

ຫຼັກການປະກອບອາຊີບເພື່ອພັດທະນາຕົນເອງ, ສັງຄົມ ແລະ ປະເທດຊາດ.

 

   2. ຈຸດປະສົງດ້ານຄວາມຮູ້ຄວາມສາມາດ

  • ເພື່ອສ້າງນັກວິຊາການໃນລະດັບຊັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານການບັນຊີ

ແລະ ສາມາດນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການປະກອບອາຊີບໃນອະນາຄົດ;

  • ເພື່ອເຮັດໃຫ້ນັກສຶກສາທີ່ຈົບການສຶກສາແລ້ວ ສາມາດນໍາເອົາວິຊາຄວາມຮູ້ໄປພັດທະນາວິຊາ

ຊີບການບັນຊີ ແລະ ຖ່າຍທອດຄວາມຮູ້ ຄວາມສາມາດມໃຫ້ແກ່ຜູ້ທີ່ກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບການບັນຊີຫຼາຍຂຶ້ນ;

  • ເພື່ອສ້າງພື້ນຖານໃຫ້ແກ່ນັກສຶກສາໃນການສຶກສາຕໍ່ໃນລະດັບທີ່ສູງຂຶ້ນທັງພາຍໃນ ແລະ ຕ່າງ

ປະເທດ;

 

         3. ຈຸດປະສົງດ້ານການພັດທະນາ

  • ເພື່ອສ້າງນັກວິຊາການທາງດ້ານການບັນຊີໃຫ້ພັດທະນາໄປເປັນທີ່ປຶກສາບັນຊີ, ຜູ້ຊ່ຽວຊານ

ທາງດ້ານການບັນຊີ ແລະ ສາມາດໃຫ້ບໍລິການທາງດ້ານການບັນຊີແກ່ອົງການຈັດຕັ້ງຕ່າງໆ;

  • ເພື່ອເປັນສູນກາງໃນການພັດທະນາວິຊາການທາງດ້ານການບັນຊີ ແລະ ກາຍເປັນວິຊາຊີບການບັນຊີ ເພື່ອກ້າວສູ່ເວທີສາກົນເທື່ອລະກ້າວ.

4. ເງື່ອນໄຂຂອງຜູ້ເຂົ້າສຶກສາ

ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດຊັ້ນສູງການບັນຊີ ສາຂາການບັນຊີ ຈະຕ້ອງແມ່ນຜູ້ສໍາເລັດການຮຽນຈົບລະດັບມັດ ທະຍົມຕອນປາຍ ຫຼື ທຽບເທົ່າ ຕາມຫຼັກສູດທີ່ທາງກະຊວງສຶກສາທິການ ແລະ ກິລາ ວາງອອກ.

ຫລັກສູດພາສາອັງກິດ

1. ຈຸດປະ­ສົງຂອງຫລັກສູດ

(i)   ເພື່ອສ້າງນັກສຶກ­ສາໃຫ້ມີຄວາມຮູ້ທາງດ້ານພາ­ສາອັງ­ກິດທົ່ວໄປ, ພາ­ສາສາດ ອັງ­ກິດ ແລະ ວັນ­ນະ­ກຳຢ່າງເລິກເຊິ່ງ.

(ii) ເພື່ອສ້າງນັກສຶກ­ສາໃຫ້ມີຄວາມຮູ້ ຄວາມສາ­ມາດໃນການນຳໃຊ້ພາ­ສາອັງ­ກິດ ໃນ ຂະ­ແໜງໃດໜຶ່ງທີ່ຈຳ­ເປັນໃນວຽກງານຂອງຕົນ. ນອກນັ້ນ ຍັງສ້າງໃຫ້ ນັກສຶກ­ສາ ມີຄວາມຮູ້ ສາ­ມາດນຳໃຊ້ພາ­ສາອັງ­ກິດໃນການຕິດ­ຕໍ່ພົວ­ພັນ ເພື່ອສ້າງຄວາມ ເຂົ້າ­ໃຈ ອັນດີເຊິ່ງກັນແລະກັນ ລະ­ຫວ່າງຊາດທີ່ມີວັດ­ທະ­ນະ­ທຳທີ່ແຕກຕ່າງກັນ.

(iii)    ເພື່ອສ້າງນັກສຶກ­ສາໃຫ້ມີຄວາມຮູ້ ຄວາມເຂົ້າ­ໃຈຕໍ່ການພັດ­ທະ­ນາໃນສັງ­ຄົມລາວ ແລະໃນໂລກ ພ້ອມກັນນັ້ນ ກໍ່ຮູ້ປັບຕົວເຂົ້າໃຫ້ແທດ­ເໝາະກັບສະ­ພາບແວດລ້ອມ ອ້ອມຂ້າງ.

(iv)    ເພື່ອສ້າງນັກສຶກ­ສາໃຫ້ເປັນພົນ­ລະ­ເມືອງດີຂອງຊາດ ແລະ ພຽບພ້ອມໄປດ້ວຍ ຄຸນ­ສົມ­ບັດ, ຈັນຍາບັນ, ໄຫວພິກ ແລະ ຄວາມສາ­ມາດ ແລະ ຮັກປະ­ເທດຊາດ, ກຽມ­ພ້ອມໃນການປະ­ກອບອາ­ຊີບໃດໜຶ່ງ ທີ່ພົວ­ພັນກັບການ ນຳໃຊ້ ພາ­ສາ, ປະ­ກອບ­ສ່ວນເຂົ້າໃນການສ້າງ­ສາ ພັດ­ທະ­ນາປະ­ເທດຊາດ.

2. ຄຸນ­ສົມ­ບັດຂອງຜູ້ເຂົ້າສຶກ­ສາ
(i)    ຕ້ອງເປັນນັກ­ຮຽນທີ່ຈົບຈາກມັດ­ທະ­ຍົມຕອນປາຍ.
(ii)   ບໍ່ເຄີຍຖືກຄະ­ດີທາງດ້ານການ­ເມືອງ ແລະ ສັງ­ຄົມມາກ່ອນ.
(iii)  ບໍ່ເປັນພະ­ຍາດຊຳເຮື້ອ ແລະ ພະ­ຍາດຕິດ­ແປດທີ່ຮ້າຍແຮງ.
(iv) ຕ້ອງເປັນຜູ້ສະ­ໝັກໃຈຮຽນດ້ວຍຕົນເອງ.
(v)  ຕ້ອງເປັນຜູ້ທີ່ມີຄຸນ­ສົມ­ບັດ ແລະ ສິນທຳດີ.
(vi) ຕ້ອງເປັນຄົນທີ່ມີສຸ­ຂະ­ພາບແຂງ­ແຮງດີ.
(Vii) ຕ້ອງເປັນຄົນຜູ້ທີ່ມີຄວາມສາ­ມາດເວົ້າອອກ­ສຽງໄດ້.