ທ່ານມີຄວາມກັງວົນ ຕໍ່ອະນາຄົດຂອງຕົນເອງ ວ່າຮຽນຈົບແລ້ວ ຈະບໍ່ມີວຽກເຮັດງານທຳບໍ? ທ່ານສາມາດ ສ້າງຕັ້ງຂອງທຸລະກິດ ຂອງຕົນເອງໄດ້ … ວິທະຍາໄລສະຫະກິດສຳພັນ ເປີດຫລັກສູດໃໝ່ ສົກສຶກສາ 2020 – 2021 1. ຫລັກສູດການປະກອບກິດຈະການ ຫລັກສູດການປະກອບກິດຈະການ ອອກແບບມາເພື່ອໃຫ້ນັກສຶກສາ ມີປະສົບການທີ່ແທດເໝາະກັບສະພາບການຕົວຈິງ ໃນຂົງເຂດທຸລະກິດທີ່ຫວັງຜົນກຳໄລ ແລະ ກິດຈະການເພື່ອສັງຄົມ, ໂດຍວາງເປົ້າໝາຍໃສ່ໃຫ້ມີການປະກອບສ່ວນທີ່ດີແກ່ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງກະຕຸກຊຸກຍູ້ໃຫ້ມີການສ້າງຕັ້ງທຸລະກິດໃໝ່. ຫລັກສູດນີ້ ຍັງອອກແບບມາເພື່ອໃຫ້ມີການເຊື່ອມໂຍງກັນລະຫວ່າງ ນັກສຶກສາ, ວິທະຍາໄລ,......