ມາດຖານການສຶກສາ
ຫລັກສູດ ການປະກອບກິດຈະການ
1. ຈຸດປະສົງລວມຂອງຫລັກສູດ
ມີຈຸດປະສົງເພື່ອ ພັດທະນາຊັບພະຍາກອນມະນຸດທາງດ້ານການເປັນຜູ້ປະກອບການ ໃຫ້ມີຄວາມຮູ້ຄວາມສາມາດໃນການສ້າງຕັ້ງ ແລະ ດຳເນີນທຸລະກິດໄດ້ຢ່າງມີປະສິດທິຜົນສູງ ໂດຍສະເພາະແມ່ນສ້າງໃຫ້ຜູ້ຮຽນມີຄວາມຮູ້ຄວາມສາມາດດ້ານການເຮັດທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ແນໃສ່ເຮັດໃຫ້ທຸລະກິດເຕີບໂຕຢ່າງຕໍ່ເນື່ອງ. ນັກສຶກສາຈະມີຄວາມຮູ້ທີ່ແນ່ນອນໃນດ້ານການເປັນເຈົ້າຂອງທຸລະກິດ ເຊັ່ນ: ການສ້າງແຜນທຸລະກິດ, ການເຂົ້າແຫຼ່ງທຶນ, ການບໍລິຫານຈັດການ, ການເລີ່ມຕົ້ນທຸລະກິດ, ຮູ້ຈັກຂັ້ນຕອນ ແລະ ການປະກອບເອກະສານ ການນໍາເຂົ້າ ແລະ ສົ່ງອອກ; ມີຄວາມຮູ້ໃນການຄຸ້ມຄອງທຸລະກິດ; ມີຄວາມຮູ້ກ່ຽວກັບທິດສະດີທາງການຄ້າ, ການລົງທຶນ, ການດໍາເນີນທຸລະກິດ, ການບໍລິຫານຕ່ອງໂສ້ການສະໜອງ ແລະ ທັກສະບໍລິຫານທຸລະກິດຕ່າງໆ ແລະ ໝູນໃຊ້ເຂົ້າກັບສະພາບການເສດຖະກິດໃນປັດຈຸບັນ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ ນັກສຶກສາເອງ, ແກ່ປະເທດຊາດ ແລະ ໄດ້ຮັບປະສິດທິຜົນ ພ້ອມທັງສາມາດດຳເນີນທຸລະກິດປະເພດຕ່າງໆ ລວມທັງກິດຈະການເພື່ອສັງຄົມ; ເຂົ້າໃຈລະບຽບຫຼັກການທີ່ກ່ຽວຂ້ອງດ້ານໃນການດໍາເນີນທຸລະກິດຢູ່ພາຍໃນ ແລະ ສາກົນໂດຍສະເພາະແມ່ນກອບອາຊຽນໄດ້ຫຼາຍຂຶ້ນ.
2. ດ້ານວິຊາສະເພາະຂອງຫລັກສູດ
1. ເພື່ອໃຫ້ນັກສຶກສາມີໂອກາດ ປັບປຸງປັດຊະຍາໃນການດຳລົງຊີວິດ ໃນດ້ານວິທີການຄິດ, ວິທີປະພຶດ, ວິທີການຮັບມືກັບການເປັນມືອາຊີບໃນສະຖານະການຕ່າງໆ ແລະ ວິທີການຮັບມືກັບບັນຫາສ່ວນຕົວ, ຄອບຄົວ, ແລະ ການປະກອບສ່ວນໃນສັງຄົມ.
2. ເພື່ອໃຫ້ນັກສຶກສາມີທັດສະນະທີ່ຖືກຕ້ອງ (ມີຄວາມສາມາດຜັກດັນໃຫ້ມີການປ່ຽນແປງ, ຮັບຮູ້ກ່ຽວກັບການປັບປຸງຢ່າງຕໍ່ເນື່ອງ, ມີຄວາມເຊື່ອວ່າໂອກາດມີຢູ່ທຸກບ່ອນ; ເຊື່ອມສານລະຫວ່າງນະວັດຕະກໍາ, ການປ່ຽນແປງ, ການເຕີບໂຕ, ແລະ ຄວາມສາມາດໃນການຮຽນຮູ້ຈາກຄວາມລົ້ມເຫລວ), ມີພຶດຕິກຳທີ່ຖືກຕ້ອງ (ສູ້ຊົນໃສ່ໂອກາດ, ນະວັດຕະກຳ, ການອຸທິດຕົນ, ການລົງມືປະຕິບັດ, ແລະ ການບໍລິຫານຄວາມສ່ຽງ), ແລະ ມີຄວາມສາມາດ້ານວິຊາການ (ມີສາມັນສໍານຶກດ້ານການປະກອບກິດຈະການ).
3. ເພື່ອພັດທະນາຈິດສຳນຶກດ້ານນະວັດຕະກຳໃຫ້ແກ່ນັກສຶກສາ. ເພື່ອສ້າງກໍາລັງໃຈໃຫ້ນັກສຶກສາມີວິທີການໃໝ່ໃນການເບິ່ງບັນຫາ, ກວດກາເບິ່ງຂະບວນການປ່ຽນແປງ ແລະ ຄວາມສໍາຄັນຂອງກິດຈະກໍາການປ່ຽນແປງ ຕໍ່ກັບຕົນເອງ, ຄອບຄົວ, ສັງຄົມ, ແລະ ໂລກ.
4. ເພື່ອສຶກສານັກສຶກສາໃຫ້ຮັບຮູ້ສິ່ງທ້າທາຍ ແລະ ຜົນຕອບແທນຂອງການປະກອບກິດຈະການ, ຮັບຮູ້ທັກສະ ແລະ ພຶດຕິກຳຂອງການປະກອບກິດຈະການ.
5. ເພື່ອສະໜອງຂໍ້ມູນຂ່າວສານໃນການສ້າງແນວຄິດທີ່ມີນະວັດຕະກຳ, ການຫລີກລ້ຽງບັນຫາ ແລະ ເຫວເລິກ ຂອງການປະກອບກິດຈະການ, ການກວດກາເບິ່ງສະຖານທີ່ ແລະ ວິທີການຊອກຫາການຊ່ວຍເຫລືອ-ການສະນັບສະໜູນ, ແລະ ນຳໃຊ້ສິ່ງທີ່ຮຽນຮູ້ເຂົ້າໃນກິດຈະການສ່ວນຕົວ, ການບໍລິການສັງຄົມ, ແລະ ທຸລະກິດ.
6. ເພື່ອສ້າງແຮງບັນດານໃຈໃຫ້ນັກສຶກສາ ແລະ ສະນັບສະໜູນເຂົາເຈົ້າໃນການວາງແຜນເພື່ອຄວາມສຳເລັດ.
7. ເພື່ອສ້າງໂອກາດທີ່ຫລາກຫລາຍໃນການພັດທະນາ ແລະ ນໍາໃຊ້ທັກສະຂອງການປະກອບກິດຈະການ ພ້ອມທັງໃຫ້ເຂົາເຈົ້າໄດ້ຮຽນຮູ້ຈາກຜູ້ທີ່ເປັນແບບຢ່່າງ ແລະ ຜູ້ໃຫ້ຄຳປຶກສາ ຈາກທ້ອງຖິ່ນ, ລະດັບຊາດ ແລະ ສາກົນ.
8. ເພື່ອໃຫ້ນັກສຶກສາຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕົນເພື່ອລິເລີ່ມກິດຈະການສ່ວນບຸກຄົນ, ເພື່ອສັງຄົມ, ແລະ ທຸລະກິດ.
3. ມາດຕະຖານຜູ້ເຂົ້າສຶກສາ.
– ນັກສຶກສາທີ່ຮຽນຈົບມັດທະຍົມປາຍ ມ 7 ຫຼື ທຽບເທົ່າ ສາມາດສອບເສັງຕາມລະບຽບການຂອງວິທະຍາໄລສະຫະກິດສຳພັນ.
– ນັກສຶກສາຮຽນຢູ່ມະຫາວິທະຍາໄລ ໃນສາຂາວິຊາຕ່າງໆ ທີ່ຕ້ອງການກາຍເປັນຜູ້ປະກອບກິດຈະ
ການ.
– ພະນັກງານທີ່ຢູ່ໃນຂະແໜງເສດຖະກິດ, ນັກທຸລະກິດຂະໜາດນ້ອຍ ແລະກາງທີ່ຍາກຍົກລະດັບຄວາມຮູ້ຄວາມສາມາດໃນການປະກອບທຸລະກິດໃຫ້ສູງຂຶ້ນທີ່ມີຄຸນວຸດທິຈົບມັດທະຍົມ ມ 7 ຫລື ທຽບເທົ່າ.
– ເປັນຜູ້ບໍ່ມີພະຍາດຮ້າຍແຮງ ທີ່ ເປັນອຸປະສັກແກ່ການສຶກສາ.
– ເປັນຜູ້ບໍ່ມີຄະດີອາຍາ ຫຼື ກະທໍາຜິດຕໍ່ລະບຽບ ແລະ ກົດໝາຍຂອງ ສປປ ລາວ, ບໍ່ປະພຶດເສື່ອມເສຍຮີດຄອງປະເພນີຢ່າງຮ້າຍແຮງ ຫຼື ຖືກໄລ່ອອກຈາກສະຖາບັນການສຶກສາອື່ນມາກ່ອນ.
ຫລັກສູດ ສາຂາການບັນຊີ
1. ຈຸດປະສົງດ້ານດ້ານຄຸນສົມບັດ
– ເພື່ອສ້າງບຸກຄະລາກອນທີ່ມີແນວຄິດ, ຄຸນສົມບັດ, ສິນທໍາປະຕິວັດ, ມີທັດສະນະການເມືອງ ແລະ ຮັກຊາດ ແລະ ເຊື່ອມຊຶມຕໍ່ທິດທາງ ແລະ ການນໍາພາຂອງພັກ;
- ເພື່ອສ້າງນັກບັນຊີທີ່ມີຄຸນນະພາບ, ຍຶດໝັ້ນກົດຈັນຍາບັນແຫ່ງວິຊາຊີບ, ມີລະບຽບ ແລະ
ຫຼັກການປະກອບອາຊີບເພື່ອພັດທະນາຕົນເອງ, ສັງຄົມ ແລະ ປະເທດຊາດ.
2. ຈຸດປະສົງດ້ານຄວາມຮູ້ຄວາມສາມາດ
- ເພື່ອສ້າງນັກວິຊາການໃນລະດັບຊັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານການບັນຊີ
ແລະ ສາມາດນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການປະກອບອາຊີບໃນອະນາຄົດ;
- ເພື່ອເຮັດໃຫ້ນັກສຶກສາທີ່ຈົບການສຶກສາແລ້ວ ສາມາດນໍາເອົາວິຊາຄວາມຮູ້ໄປພັດທະນາວິຊາ
ຊີບການບັນຊີ ແລະ ຖ່າຍທອດຄວາມຮູ້ ຄວາມສາມາດມໃຫ້ແກ່ຜູ້ທີ່ກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບການບັນຊີຫຼາຍຂຶ້ນ;
- ເພື່ອສ້າງພື້ນຖານໃຫ້ແກ່ນັກສຶກສາໃນການສຶກສາຕໍ່ໃນລະດັບທີ່ສູງຂຶ້ນທັງພາຍໃນ ແລະ ຕ່າງ
ປະເທດ;
3. ຈຸດປະສົງດ້ານການພັດທະນາ
- ເພື່ອສ້າງນັກວິຊາການທາງດ້ານການບັນຊີໃຫ້ພັດທະນາໄປເປັນທີ່ປຶກສາບັນຊີ, ຜູ້ຊ່ຽວຊານ
ທາງດ້ານການບັນຊີ ແລະ ສາມາດໃຫ້ບໍລິການທາງດ້ານການບັນຊີແກ່ອົງການຈັດຕັ້ງຕ່າງໆ;
- ເພື່ອເປັນສູນກາງໃນການພັດທະນາວິຊາການທາງດ້ານການບັນຊີ ແລະ ກາຍເປັນວິຊາຊີບການບັນຊີ ເພື່ອກ້າວສູ່ເວທີສາກົນເທື່ອລະກ້າວ.
4. ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດຊັ້ນສູງການບັນຊີ ສາຂາການບັນຊີ ຈະຕ້ອງແມ່ນຜູ້ສໍາເລັດການຮຽນຈົບລະດັບມັດ ທະຍົມຕອນປາຍ ຫຼື ທຽບເທົ່າ ຕາມຫຼັກສູດທີ່ທາງກະຊວງສຶກສາທິການ ແລະ ກິລາ ວາງອອກ.
ຫລັກສູດພາສາອັງກິດ
1. ຈຸດປະສົງຂອງຫລັກສູດ
(i) ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ທາງດ້ານພາສາອັງກິດທົ່ວໄປ, ພາສາສາດ ອັງກິດ ແລະ ວັນນະກຳຢ່າງເລິກເຊິ່ງ.
(ii) ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ຄວາມສາມາດໃນການນຳໃຊ້ພາສາອັງກິດ ໃນ ຂະແໜງໃດໜຶ່ງທີ່ຈຳເປັນໃນວຽກງານຂອງຕົນ. ນອກນັ້ນ ຍັງສ້າງໃຫ້ ນັກສຶກສາ ມີຄວາມຮູ້ ສາມາດນຳໃຊ້ພາສາອັງກິດໃນການຕິດຕໍ່ພົວພັນ ເພື່ອສ້າງຄວາມ ເຂົ້າໃຈ ອັນດີເຊິ່ງກັນແລະກັນ ລະຫວ່າງຊາດທີ່ມີວັດທະນະທຳທີ່ແຕກຕ່າງກັນ.
(iii) ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ຄວາມເຂົ້າໃຈຕໍ່ການພັດທະນາໃນສັງຄົມລາວ ແລະໃນໂລກ ພ້ອມກັນນັ້ນ ກໍ່ຮູ້ປັບຕົວເຂົ້າໃຫ້ແທດເໝາະກັບສະພາບແວດລ້ອມ ອ້ອມຂ້າງ.
(iv) ເພື່ອສ້າງນັກສຶກສາໃຫ້ເປັນພົນລະເມືອງດີຂອງຊາດ ແລະ ພຽບພ້ອມໄປດ້ວຍ ຄຸນສົມບັດ, ຈັນຍາບັນ, ໄຫວພິກ ແລະ ຄວາມສາມາດ ແລະ ຮັກປະເທດຊາດ, ກຽມພ້ອມໃນການປະກອບອາຊີບໃດໜຶ່ງ ທີ່ພົວພັນກັບການ ນຳໃຊ້ ພາສາ, ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ.
2. ຄຸນສົມບັດຂອງຜູ້ເຂົ້າສຶກສາ
(i) ຕ້ອງເປັນນັກຮຽນທີ່ຈົບຈາກມັດທະຍົມຕອນປາຍ.
(ii) ບໍ່ເຄີຍຖືກຄະດີທາງດ້ານການເມືອງ ແລະ ສັງຄົມມາກ່ອນ.
(iii) ບໍ່ເປັນພະຍາດຊຳເຮື້ອ ແລະ ພະຍາດຕິດແປດທີ່ຮ້າຍແຮງ.
(iv) ຕ້ອງເປັນຜູ້ສະໝັກໃຈຮຽນດ້ວຍຕົນເອງ.
(v) ຕ້ອງເປັນຜູ້ທີ່ມີຄຸນສົມບັດ ແລະ ສິນທຳດີ.
(vi) ຕ້ອງເປັນຄົນທີ່ມີສຸຂະພາບແຂງແຮງດີ.
(Vii) ຕ້ອງເປັນຄົນຜູ້ທີ່ມີຄວາມສາມາດເວົ້າອອກສຽງໄດ້.