ທ່ານມີຄວາມກັງວົນ ຕໍ່ອະນາຄົດຂອງຕົນເອງ ວ່າຮຽນຈົບແລ້ວ ຈະບໍ່ມີວຽກເຮັດງານທຳບໍ? ທ່ານສາມາດ ສ້າງຕັ້ງຂອງທຸລະກິດ ຂອງຕົນເອງໄດ້ …

ວິທະຍາໄລສະຫະກິດສຳພັນ ເປີດຫລັກສູດໃໝ່ ສົກສຶກສາ 2020 – 2021

1. ຫລັກສູດການປະກອບກິດຈະການ 

ຫລັກສູດການປະກອບກິດຈະການ ອອກແບບມາເພື່ອໃຫ້ນັກສຶກສາ ມີປະສົບການທີ່ແທດເໝາະກັບສະພາບການຕົວຈິງ ໃນຂົງເຂດທຸລະກິດທີ່ຫວັງຜົນກຳໄລ ແລະ ກິດຈະການເພື່ອສັງຄົມ, ໂດຍວາງເປົ້າໝາຍໃສ່ໃຫ້ມີການປະກອບສ່ວນທີ່ດີແກ່ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງກະຕຸກຊຸກຍູ້ໃຫ້ມີການສ້າງຕັ້ງທຸລະກິດໃໝ່.  ຫລັກສູດນີ້ ຍັງອອກແບບມາເພື່ອໃຫ້ມີການເຊື່ອມໂຍງກັນລະຫວ່າງ ນັກສຶກສາ, ວິທະຍາໄລ, ແລະ ຫົວໜ່ວຍທຸລະກິດທ້ອງຖິ່ນ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນັກສຶກສາທີ່ຮຽນຫລັກສູດຈະໄດ້ຮັບຄວາມຮູ້ ແລະ ຄວາມຊຳນານທີ່ຈຳເປັນສຳລັບນຳໃຊ້ເຂົ້າໃນການບໍລິຫານ ແລະ ຂະຫຍາຍທຸລະກິດຂອງຕົນ ແລະ ກາຍເປັນຜູ້ປະກອບກິດຈະການ (ນັກທຸລະກິດ). 

       ນັກສຶກສາຈະໄດ້ຮຽນຮູ້ ແລະ ເຝິກຝົນໃນການເພີ່ມພູນຄວາມສາມາດ ດ້ານການຕັດສິນໃຈໃນນາມເປັນເຈົ້າຂອງທຸລະກິດ ຫລື ກິດຈະການ ໃນອະນາຄົດ ໂດຍຜ່ານການສຸມໃສ່ຂອບຄວາມຄິດຂອງການປະກອບກິດຈະການ ທີ່ຮຽນຮູ້ກ່ຽວກັບ ນະວັດຕະກຳ ແລະ ຫົວຄິດປະດິດສ້າງ, ການປະກອບທຶນແກ່ທຸລະກິດ, ຫລັກການບໍລິຫານ ແລະ ການຕະຫລາດ.  ນັກສຶກສາຈົບຫລັກສູດນີ້ ຈະໄດ້ຮັບພື້ນຖານການສຶກສາທີ່ໜັກແໜ້ນໃນດ້ານການປະກອບກິດຈະການ, ສ້າງຕັ້ງທຸລະກິດ ຫລື ສ້າງຕັ້ງອົງການທີ່ບໍ່ຫວັງຜົນກຳໄລ (ການປະກອບກິດຈະການເພື່ອສັງຄົມ).

2. ຫລັກສູດ ການບັນຊີ

         ຫລັກສູດຊັ້ນສູງການບັນຊີ ສາຂາ ການບັນຊີ ສ້າງຂຶ້ນເພື່ອ ຕອບສະໜອງ​ຄວາມ​ຮຽກຮ້ອງຕ້ອງການດ້ານວິຊາການບັນຊີ ໃຫ້ແກ່ຜູ້ທີ່ຈົບຊັ້ນມັດທະຍົມສຶກສາຕອນປາຍ, ນັກວິຊາການ, ພະນັກງານ ​ແລະ ​ຜູ້​ບໍລິຫານ ທີ່ຕ້ອງການເພີ່ມພູນຄວາມຮູ້ ຄວາມສາມາດ ​ໂດຍ​ສະ​ເພາະແມ່ນຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ການ​ບັນຊີ. ການ​ບັນຊີ​ຖື​ເປັນວຽກງານ​ທີ່​ສໍາ​ຄັນ​ສໍາລັບທຸກໆ ຫົວໜ່ວຍທຸລະ​ກິດ ​ແລະ​ ທຸກໆ ຂະ​ແໜງການ ​ເນື່ອງ​ຈາກ​ເປັນ​ວິຊາ​ສະ​ເພາະ​ ແລະ ​ວິຊາ​ຊີບ​ທີ່​ເຮັດໜ້າທີ່​ໃນ​ການ​ສັງ​ລວມບັນດາ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ເງິນ ໝາຍຄວາມ​ວ່າ: ​ນັກ​ບັນຊີ​ເປັນ​ບຸກຄົນ​ທີ່​ກໍາ​ແໜ້ນບັນດາ​ຂໍ້ມູນຂ່າວສານ​ທີ່​ເປັນຄວາມ​ລັບ ​ແລະ​ ບໍ່​ເປັນຄວາມ​ລັບ​ຂອງ​ອົງ​ກອນ. ສະນັ້ນ, ຈຶ່ງ​ສາມາດ​ເວົ້​າໄດ້​ວ່າ ລະບົບ​ບັນຊີ​ປຽບ​ເໝືອນ​ເສັ້ນ​ເລືອດ​ໃຫຍ່​ຂອງ​ອົງ​ກອນ ​ແລະ​ ນັກ​ບັນ​ຊີ​ເປັນ​ເສົາ​ຄໍ້າ​ຫຼັກຂອງ​ອົງ​ກອນ​ທີ່​ສາມາດ​ນໍາພາ​ອົງ​ກອນ​ໃຫ້​ປ​ະສົບ​ຜົນ​ສໍາ​ເລັດ ຫຼື ລົ້ມ​ເຫຼວ​ໄດ້.

ເປີດຮັບນັກສຶກສາແລ້ວ ແຕ່ມື້ນີ້ເປັນຕົ້ນໄປ. ເລີ່ມຕົ້ນຮຽນ 1 ຕຸລາ 2020

ໂທ: (020) 5222 1533, (020) 2888 4276, (020) 9122 2236