ວິຊາ​ນີ້​ຈະ​ເນັ້ນສຶກສາ ​ແນວ​ຄິດ, ​ທີ່​ມາ​ຂອງ​ຈະລິ​ຍະ​ທຳ,​ ຄວາມໝາຍ, ຄວາມສຳຄັນຂອງຈະລິຍະທຳທຸລະກິດ ແລະ​ ເຫດຜົນ​ທີ່​ທຸລະ​ກິດຈຳ​ເປັນ​ຕ້ອງ​ມີ​ຈະລິ​ຍະ​ທຳ ລວມທັງ​ການ​ສ້າງ​ຈະລິ​ຍະ​ທຳ​ໃນ​ອົງ​ກອນ​ທຸລະ​ກິດ, ​ເນັ້ນ​ຈະລິ​ຍະ​ທຳ​ຂອງ​ຜູ້​ບໍລິຫານ (Management Ethics) ​ແລະ​ ຈະລິ​ຍະ​ທຳ​ຂອງ​ພະນັກງານ (Employees’ Ethics), ຈັນຍາບັນທາງທຸລະກິດ, ສຶກສາຄວາມເປັນມາແລະ ຫລັກການປົກຄອງ​​ໃນອົງກອນທຸລະກິດ, ການໃຊ້ຫລັກການປົກຄອງ, ຄວາມສຳພັນລະຫວ່າງການປົກຄອງກັບຈະລິຍະທຳໃນການບໍລິຫານທຸລະກິດ​. ໂດຍ​ໃຊ້​ກໍລະນີ​ຕົວຢ່າງ​ປະ​ກອບ​.