ເປັນວິຊາທີ່ສັງລວມຄວາມຮູ້ໃນການສຶກສາກ່ຽວກັບສັງຄົມລາວ ເຊິ່ງກວມເອົາສາຂາປະຫວັດ

ສາດລາວ, ພູມີສາດລາວ, ສຶກສາປະຊາກອນລາວ ແລະ ການເມືອງລາວ ເຊິ່ງແຕ່ລະສາຂາຍັງ

ໄດ້ກວມເອົາຄວາມຮູ້ທາງດ້ານວັດທະນະທຳລາວ ທີ່ກ່ຽວຂ້ອງກັບຂະແໜງວິທະຍາສາດ ຂອງແຕ່ລະຂະ

ແໜງວິຊາ ເຊັ່ນ:

- ສຶກສາກ່ຽວກັບປະຫວັດຄວາມເປັນມາຂອງຊົນຊາດລາວໂດຍສັງເຂບພ້ອມທັງສະຖານບູຮານ ແລະ ບູຮານວັດຖຸທີ່ເປັນມໍລະດົກຂອງຊາດ.

- ສຶກສາລັກສະນະກາຍະພາບລາວ, ສະພາບສັງຄົມ ແລະ ເສດຖະກິດລາວ.

- ສຶກສາປະຫວັດການຂະຫຍາຍຕົວຂອງປະຊາກອນລາວ, ລັກສະນະການປ່ຽນແປງຈຳນວນປະຊາ

ກອນລາວ.

- ຄວາມຮູ້ກ່ຽວກັບລະບົບການເມືອງ-ການປົກຄອງແຫ່ງ ສປປ ລາວ, ນະໂຍບາຍການປ້ອງກັນຊາດ

ປ້ອງກັນຄວາມສະຫງົບ ແລະ ນະໂຍບາຍການຕ່າງປະເທດ.