ການປ່ຽນແປງນະໂຍບາຍທາງດ້ານເສດຖະກິດຂອງລັດຖະບານແຫ່ງ ສປປ ລາວ ຈາກເສດຖະກິດແບບ ລວມສູນໄປສູ່ເສດຖະກິດຕະຫລາດທີ່ມີການດັດສົມຂອງລັດແຕ່ປີ 1986 ເປັນຕົ້ນມາ, ເຮັດໃຫ້ເສດຖະກິດຂອງ ສປປ ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ​​ຊິ່ເປັນຜົນມາຈາກການພັດທະນາທາງດ້ານທຸລະກິດ ແລະການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ຈາກການພັດທະນາດັ່ງກ່າວໄດ້ເຮັດໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆ ມີການແຂ່ງຂັນກັນຕາມກົນໄກຂອງເສດຖະກິດຕະຫລາດທີ່ນັບມື້ນັບຮຸນແຮງຫຼາຍຂຶ້ນ. ສະນັ້ນ, ຈຶ່ງມີຄວາມຮຽກຮ້ອງຕ້ອງການນັກວິຊາການ, ພະນັກງານແລະຜູ້ບໍລິຫານທີ່ມີຄວາມຮູ້ ຄວາມສາມາດ ໂດຍສະເພາະແມ່ນຄວາມຮູ້ຄວາມສາມາດທາງດ້ານການບັນຊີ. ການບັນຊີຖືເປັນວຽກງານທີ່ສໍາຄັນສໍາລັບທຸກໆ ຫົວໜ່ວຍທຸລະກິດແລະທຸກໆ ຂະແໜງການເນື່ອງຈາກເປັນວິຊາສະເພາະແລະ ວິຊາຊີບທີ່ເຮັດໜ້າທີ່ໃນການສັງລວມບັນດາຂໍ້ມູນຂ່າວສານທາງດ້ານການເງິນ ໝາຍຄວາມວ່າ: ​ນັກບັນຊີເປັນບຸກຄົນທີ່ກໍາແໜ້ນບັນດາຂໍ້ມູນຂ່າວສານທີ່ເປັນຄວາມລັບແລະບໍ່ເປັນຄວາມລັບຂອງອົງກອນ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ລະບົບບັນຊີປຽບເໝືອນເສັ້ນເລືອດໃຫຍ່ຂອງອົງກອນແລະນັກບັນຊີເປັນເສົາຄໍ້າຫຼັກຂອງອົງກອນທີ່ສາມາດນໍາພາອົງກອນໃຫ້ະສົບຜົນສໍາເລັດ ຫຼື ລົ້ົມເຫຼວໄດ້.

         ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການທາງດ້ານຊັບພະຍາກອນມະນຸດ ຕໍ່ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງລັດຖະບາໃນຂະແໜງການຕ່າງໆ, ນັກວິຊາການ​ ​ແລະ ຜູ້ບໍລິຫານທາງດ້ານການບັນຊີເປັນຕໍາແໜ່ງວຽກງານທີ່ບັນດາອົງກອນຕ່າງໆ ມີຄວາມຕ້ອງການຫຼາຍ (ສັງເກດຈາກການປະກາດຮັບສະໝັກພະນັກງານ ຜ່ານທັງອິນເຕີເນັດແລະ ສິ່ງພິມຕ່າງໆ) ​ໂດຍສະເພາະພາຍຫຼັງທີ່ຕະຫຼາດຫຼັກຊັບລາວໄດ້ມີການເປີດດໍາເນີນການຢ່າງ​​ເປັນທາງການ​​ເປັນຕົ້ນມາ ຍິ່ງເຮັດໃຫ້ບັນດາ ຫົວໜ່ວຍທຸລະກິດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ຄາດວ່າຈະເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ມີ ຄວາມຈໍາເປັນຈະຕ້ອງມີລະບົບບັນຊີທີ່ແນ່ນອນ ແລະ ມີການລາຍງານ ທາງດ້ານການເງິນທີ່ຖືກຕ້ອງ ແລະໂປ່ງໃສ ຈຶ່ງມີຄວາມຮຽກຮ້ອງຕ້ອງການບັນດານັກບັນຊີ ທີ່ມີຄວາມຮູ້ຄວາມສາມາດ ໃນວິຊາສະເພາະໃນ ລະດັບທີ່ແນ່ນອນ ແລະ ໄດ້ມາດຕະຖານ, ມີຄວາມຊື່ສັດສຸດຈະລິດ ແລະ ມີຈັນຍາບັນໃນວິຊາຊີບ ການບັນຊີ. ສະນັ້ນ, ຫຼັກສູຊັ້ນສູງການບັນຊີ ມີປັດຊະຍາແນໃສ່ການສ້າງນັກບັນຊີໃຫ້ມີຄຸນນະພາ, ມີວິຊາສະເພາະທາງດ້ານການບັນຊີໃນລະດັບທີ່ແນ່ນອນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ແລະພັດທະນາວິຊາຊີບການບັນຊີ.

ວັດຖຸປະສົງຂອງຫຼັກສູດ

ກ. ດ້ານ​ຄຸນສົມບັດ​

  • ເພື່ອສ້າງ​ບຸກຄະລາ​ກອນ​ທີ່​ມີ​​ແນວ​ຄິດ, ຄຸນສົມບັດ, ສິນ​ທໍາ​ປະຕິວັດ, ມີ​ທັດສະນະ​ການ​ເມືອງ ​ແລະ ​ຮັກ​ຊາດ ​ແລະ ​ເຊື່ອມ​ຊຶມຕໍ່ທິດ​ທາງ ​ແລະ​ ການ​ນໍາ​ພາ​ຂອງ​ພັກ;
  • ເພື່ອ​ສ້າງ​ນັກ​ບັນຊີ​ທີ່​ມີ​ຄຸນ​ນະພາ​ບ, ຍຶດໝັ້ນກົດ​ຈັນ​ຍາ​ບັນ​ແຫ່ງ​ວິຊາ​ຊີ​ບ, ມີ​ລະບຽບ ​ແລະຫຼັກການ​ປະ​ກອບ​ອາຊີບ​ເພື່ອ​ພັດທະນາ​ຕົນ​ເອງ, ສັງຄົມ ​ແລະ​ ປະ​ເທດ​ຊາດ.

 ຂ. ດ້ານຄວາ​ມຮູ້​ຄວາມ​ສາມາດ

  • ເພື່ອ​ສ້າງ​ນັກວິຊາການ​ໃນ​ລະດັບ​​ຊັ້ນສູງ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ການ​ບັນຊີ ແລະ ​ສາມາດນໍ​າ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ປະກອບ​ອາຊີບ​ໃນ​ອະນາຄົດ;
  • ເພື່ອ​ເຮັດ​ໃຫ້​ນັກ​ສຶກສາ​ທີ່​ຈົບ​ການ​ສຶກສາ​ແລ້ວ ສາ​ມາດ​ນໍາ​ເອົາ​ວິຊາ​ຄວາມ​ຮູ້​ໄປ​ພັດທະນາ​ວິຊາ​ ຊີບ​ການ​ບັນຊີ ​ແລະ ຖ່າຍ​ທອດຄວາມ​ຮູ້ ຄວາມ​ສາມາດ​ມ​ໃຫ້​ແກ່​ຜູ້​ທີ່​ກ່ຽວຂ້ອງ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວກັບ​ການ​ບັນຊີ​ຫຼາຍຂຶ້ນ;
  • ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ນັກ​ສຶກສາ​ໃນ​ການ​ສຶກສາຕໍ່​ໃນ​ລະດັບ​ທີ່​ສູງ​ຂຶ້ນທັງ​ພາຍ​ໃນ ​ແລະ​ ຕ່າງປະ​ເທດ;

 ຄ. ດ້ານ​ການ​ພັດທະນາ

  • ເພື່ອ​ສ້າງ​ນັກວິຊາການ​ທາງ​ດ້ານ​ການ​ບັນຊີ​ໃຫ້​ພັດທະນາ​ໄປ​ເປັນ​ທີ່​ປຶກສາ​ບັນຊີ, ຜູ້​ຊ່ຽວຊານທາງ​ດ້ານ​ການ​ບັນຊີ ​ແລະ​ ສາມາດ​ໃຫ້​ບໍລິການທາງ​ດ້ານ​ການ​ບັນຊີ​ແກ່​ອົງການ​ຈັດຕັ້ງຕ່າງໆ;
  • ​ເພື່ອ​ເປັນ​ສູນ​ກາງ​ໃນ​ການ​ພັດ​ທະ​ນາ​ວິຊາ​ການ​ທາງ​ດ້ານ​ການ​ບັນຊີ​ ​ແລະ ​ກາຍ​ເປັນ​ວິຊາ​ຊີບ​ການ​ບັນຊີ ​ເພື່ອ​ກ້າວ​ສູ່​ເວທີ​ສາກົນ​ເທື່ອລະ​ກ້າວ.
ວິຊານີ້ ປະກອບດ້ວຍ 108 ໜ່ວຍກິດ.